ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີຖະແຫຼງຂ່າວການຈັດງານສັບປະດາດິຈິຕອນລາວ (Lao Digital Week) ປະຈໍາປີ 2025 ຂຶ້ນໃນຕອນບ່າຍຂອງວັນທີ 14 ກຸມພາ 2025, ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 5 ຂອງ ສະຖາບັນເຕັກໂນໂລຊີ ແລະ ການສື່ສານ, ໂດຍໃຫ້ກຽດຖະແຫຼງຂ່າວ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຮອງລັດຖະມົນຕີ, ບັນດາຫົວໜ້າກົມ ພາຍໃນກະຊວງ, ແຂກຖືກເຊີນຈາກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍບັນດາບໍລິສັດ, ຫ້າງຮ້ານ, ຫົວໜ່ວຍທຸລະກິດ ແລະ ສື່ມວນຊົນເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ກ່າວວ່າ: ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນລາວທັງຊາດ ກໍາລັງຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫ່ຍຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ຢ່າງເປັນຂະບວນຫ້າວຫັນຟົດຟື້ນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ພາຍໃຕ້ ການຊີ້ນໍາ-ນໍາພາຂອງຄະນະລະດັບຊາດ ເພື່ອການຫັນເປັນດິຈິຕອນ ຂອງ ສປປ ລາວ ຈະໄດ້ຈັດງານສັບປະດາດິຈິຕອນ (Lao Digital Week) ປະຈຳປີ 2025 ແລະ ເພື່ອເປັນການຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ຂອງ ພັກ ແລະ ລັດ ຄື: ວັນສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ.
ເພື່ອຊຸກຍູ້ສົ່ງເສີມການນໍາໃຊ້ນະວັດຕະກຳ ທາງດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໂທລະຄົມມະນາຄົມ ແລະ ດິຈິຕອນ ທີ່ທັນສະໄໝເຂົ້າໃນທຸກຂະແໜງການພັດທະນາ ເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ, ເພື່ອຊຸກຍູ້ຂະບວນການຜະລິດສິນຄ້າ, ການບໍລິການ ໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍສ້າງມູນຄ່າເພີ່ມ, ສາມາດແຂ່ງຂັນ ໃນຕະຫຼາດພາຍໃນ ແລະ ຕ່າງປະເທດ; ເພື່ອຄັດເລືອກເອົາຜະລິດຕະພັນໄອຊີທີ ແລະ ດິຈິຕອນ ຂອງ ສປປ ລາວ ເຂົ້າຮ່ວມ ແຂ່ງຂັນໃນລະດັບເວທີ ອາຊຽນ ແລະ ສາກົນ ເປັນຕົ້ນແມ່ນ ງານແຂ່ງຂັນ ASEAN ICT Award 2025; ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ແຜນພັດທະນາເສດຖະກິດ ດິຈິຕອນ ກໍຄື ຍຸດທະສາດການພັດທະນາ ເສດຖະກິດດິຈິຕອນ ໃຫ້ປາກົດຜົນເປັນຈິງ.
ເປັນງານມະຫາກຳເຕັກໂນໂລຊີໄອຊີທີ ແລະ ດິຈິຕອນ ຊຶ່ງຈະປະກອບມີ ຫຼາຍກິດຈະກໍາ ຈັດຂຶ້ນພ້ອມກັນຢ່າງເປັນຂະບວນຟົດຟື້ນ ເຊັ່ນ:
ງານສັບປະດາດິຈິຕອນຄັ້ງນີ້ ຈະເກີດຂຶ້ນໄດ້ກໍຍ້ອນໄດ້ຮັບການອຸປະຖໍາຈາກບັນດາຜູ້ປະກອບການ ແລະ ບໍລິສັດຫ້າງຮ້ານຕ່າງໆ ຊຶ່ງໄດ້ຈັດລະດັບການອຸປະຖໍາເປັນ 4 ລະດັບ ຄື: 1 Diamond, 2 Platinum, 3 Gold ແລະ 4 Silver. ນອກນັ້ນ, ບັນດາບໍລິສັດ ແລະ ຫ້າງຮ້ານຕ່າງໆ ຍັງສາມາດເຊົ່າຮ້ານວາງສະແດງ (Booth) ເພື່ອສະແດງສິນຄ້າ ຫຼື ຜະລິດຕະພັນຂອງຕົນໃນງານໄດ້. ສຳຫຼັບພາກລັດ, ສະຖາບັນການສືກສາແມ່ນຈະໄດ້ສິດໃນການໃຊ້ຮ້ານວາງສະແດງໂດຍບໍ່ໄດ້ຈ່າຍຄ່າ.
ຕອນທ້າຍ, ທ່ານຍັງໄດ້ເຊື້ອເຊີນບັນດາກະຊວງ, ຂະແໜງການພາກລັດ, ສະຖາບັນຄົ້ນຄວ້າ, ສະຖາບັນການສຶກສາ, ມະຫາວິທະຍາໄລ, ພາກທຸລະກິດ ເອກະຊົນ ແລະ ຜູ້ປະກອບການ ດ້ານໄອຊີທີ ແລະ ດິຈິຕອນ ທັງພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນລາວບັນດາເຜົາ ເຂົ້າຮ່ວມໃນງານດັ່ງກ່າວ.
ນະໂອກາດນີ້, ຂໍສະແດງຄວາມຮູ້ບຸນຄຸນ ມາຍັງບັນດາຜູ້ນຳພັກ-ລັດ, ແລະ ບັນດາ ພາກສ່ວນທີ່ຕ່າງໆ ທີ່ໄດ້ໃຫ້ການຊີ້ນຳ-ນຳພາ ແລະ ສະໜັບສະໜູນ ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານ ເຕັກໂນໂລຊີ ແລະ ການສື່ສານ ກໍຄືການຈັດງານໃນຄັ້ງນີ້ໃຫ້ສຳເລັດເປັນຢ່າງດີ.
H.E. Academician Prof. Boviengkham VONGDARA, Member of the Party Central Committee, Minister of Technology and Communications:
In the midst of the ongoing efforts by the Party, armed forces, and Lao citizens across the country in the active implementation of the resolution of the 11th Party Congress and the 9th Five-Year National Socio-Economic Development Plan, the Ministry of Technology and Communications, under the leadership of the National Committee on Digital Transformation of Lao PDR, will organize Lao Digital Week 2025 to commemorate three historic anniversaries of the Party and the government. These include the 70th anniversary of the Lao People’s Revolutionary Party, the 50th anniversary of the establishment of the Lao PDR, and the 105th anniversary of the birth of the late President Kaysone Phomvihane. Therefore, today, the Ministry of Technology and Communications is holding this press conference to inform and provide details to all stakeholders.
The primary objectives of organizing Lao Digital Week are as follows:
The Digital Week will feature a diverse range of activities, including:
Lao Digital Week 2025 will be made possible through the generous support and sponsorship of various stakeholders and exhibitors, with sponsorship and exhibitor participation organized into four levels: 1) Diamond, 2) Platinum, 3) Gold, and 4) Silver. Government agencies and educational institutions will be granted exhibition booth space free of charge.
On this auspicious occasion, I would like to extend a cordial invitation to ministries, government agencies, international organizations, research institutions, educational institutions, universities, the private sector, entrepreneurs in the ICT and digital sectors, both domestic and international, as well as Lao people of all ethnicities, to participate, promote the event, and showcase their works and products.
In this regard, I would like to express my sincere gratitude to all government leaders and relevant sectors for their invaluable guidance and support in facilitating the Ministry of Technology and Communications, particularly in organizing this event.